ຄວາມກ້າວໜ້າໃນອາຊີບ
ສ້າງປະສົບການຈາກໂຄງການສຳຄັນ ແລະ ຫຼາກຫຼາຍຂະແໜງອຸດສາຫະກຳ.
ຢູ່ທີ່ ກຸ່ມບໍລິສັດ ພອນສັກ, ພວກເຮົາເຊື່ອໝັ້ນວ່າບຸກຄະລາກອນຂອງພວກເຮົາຄືຮາກຖານແຫ່ງຄວາມສຳເລັດໃນໄລຍະຍາວ.
ເບິ່ງຕຳແໜ່ງວ່າງຮ່ວມເປັນສ່ວນໜຶ່ງໃນພັນທະກິດຂອງພວກ ເຮົາ ເພື່ອຮ່ວມກັນພັດທະນາ ແລະ ຂັບເຄື່ອນ ສປປ ລາວ ຜ່ານໂຄງການຕ່າງໆ ທີ່ມີຄຸນຄ່າ ແລະ ສ້າງຜົນປະໂຫຍດອັນຍິ່ງໃຫຍ່. ກຸ່ມບໍລິສັດ ພອນສັກ ພ້ອມມອບສະພາບແວດລ້ອມການເຮັດວຽກ ທີ່ມີຄວາມຕື່ນຕົວ, ມີຊີວິດຊີວາ (Dynamic) ແລະ ເຕັມໄປດ້ວຍໂອກາດໃນການເຕີບໂຕ-ກ້າວໜ້າ ໃນຫຼາກຫຼາຍຂະແໜງອຸດສາຫະກຳ.
ສ້າງປະສົບການຈາກໂຄງການສຳຄັນ ແລະ ຫຼາກຫຼາຍຂະແໜງອຸດສາຫະກຳ.
ພັດທະນາທັກສະການເຮັດວຽກຈິງ ຜ່ານການຮຽນຮູ້ວິຊາຊີບ ແລະ ການເຮັດວຽກເປັນທີມ.
ເຮັດວຽກໃນວັດທະນະທຳທີ່ໃຫ້ຄວາມສຳຄັນຕໍ່ຄວາມປອດໄພ, ຄວາມຊື່ສັດ ແລະ ການເຄົາລົບ.
ສຳຫຼວດຕຳແໜ່ງວ່າງໃນບັນດາບໍລິສັດຂອງກຸ່ມພອນສັກ ແລະ ຄົ້ນຫາວຽກທີ່ທັກສະຂອງທ່ານສາມາດສ້າງຄຸນຄ່າໄດ້.
ບໍ່ພົບຕຳແໜ່ງທີ່ກົງກັບຕົວກອງ.
ກຸ່ມບໍລິສັດ ພອນສັກ ມີຄວາມມຸ່ງໝັ້ນທີ່ຈະຮັບປະກັນຄວາມຍືນຍົງຂອງບໍລິສັດ ໂດຍການສືບຕໍ່ລົງທຶນເພີ່ມເຂົ້າໃນດ້ານເຕັກໂນໂລຊີ ແລະ ບຸກຄະລາກອນ ຂອງຕົນ, ພ້ອມທັງມີຄວາມພາກພູມໃຈ ທີ່ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ດ້ວຍການສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ ແລະ ຜູ້ຮັບເໝົາຈຳນວນຫຼວງຫຼາຍ ໃນທຸກໆ ຂະແໜງທຸລະກິດຂອງຕົນ.